ພາ 2025 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ພາຍໃຕ້ການເປັນປະທານຂອງທ່ານ ດວງສະໝອນ ບົວມະນີຈັນ ປະທານສະມາຄົມ ນັກທຸລະກິດແຂວງໄຊຍະບູລີ, ເປັນກຽດເຂົ້າຮ່ວມຂອງທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ໜູໄຊ ນໍກີຢາ ກໍາມະການພັກແຂວງ ຄະນະບໍລິຫານງານສູນກາງຊາວໜຸ່ມລາວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງໄຊຍະບູລີມີບັນດາເຈົ້າເມືອງ, ຮອງເຈົ້າເມືອງ 11 ເມືອງ, ຫົວໜ້າ,ຮອງຫົວໜ້າພະແນກການ, ອົງການ, ກົມກອງ, ປະທານ, ຮອງປະທານສະມາຄົມນັກທຸລະກິດເມືອງ 11 ເມືອງ ພ້ອມດ້ວຍພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມທ່ານ ດວງສະໝອນ ບົວມະນີຈັນ ປະທານສະມາຄົມ ນັກທຸລະກິດແຂວງໄຊຍະບູລີ ໄດ້ກ່າວເປີດກອງປະຊຸມ ພ້ອມທັງສະຫຼຸບການເຄື່ອນໄຫວ ໄລຍະ 5 ປີ ຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ. ໃນໄລຍະ 5 ປີຜ່ານມາ ສະມາຄົມນັກທຸລະກິດໜຸ່ມແຂວງ ພາຍໃຕ້ການນໍາພາຂອງ ຄະນະບໍລິຫານງານ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຂວງ ໄດ້ມີຄວາມເປັນເຈົ້າການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍຂອງສະມາຄົມນັກທຸລະກິດໜຸ່ມແຂວງ ຄັ້ງທີ III ດ້ວຍຄວາມຮັບຜິດຊອບ ແລະ ເປັນເຈົ້າການ, ສາມາດຍາດໄດ້ຜົນສໍາເລັດຫຼາຍປະການທັງເປັນການປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດຂອງແຂວງໃຫ້ເຕີບໃຫ່ຍຂະຫຍາຍຕົວ ຕາມທິດ ແລະ ຈຸດໝາຍຂອງແຂວງວາງອອກ. ໃນໄລຍະ 5 ປີຜ່ານມາ ເພື່ອປຸກລະດົມ ຂົນຂວາຍສະມາຊິກເຂົ້າໃນການຈັດຕັ້ງຜັນຂະຫຍາຍ, ມະຕິກອງປະຊຸມໃຫຍ່ໃຫ້ປະກົດຜົນເປັນຈິງ. ໄດ້ສຸມໃສ່ວຽກງານແນວຄິດການເມືອງ, ວຽກການຈັດຕັ້ງ, ການຂະຫຍາຍສາຂາ ແລະ ສະມາຊິກໃໝ່ໃນຂອບເຂດທົ່ວແຂວງ, ການຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນງານທີ່ໄດ້ກຳນົດໄວ້, ຕັ້ງໜ້າປະຕິບັດແນວທາງການພົວພັນຕ່າງປະເທດຢ່າງມີປະສິດທິຜົນ. ມີຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມ ທັງໝົດ 29 ທ່ານ ຍິງ 2 ທ່ານ.
ຈາກນັ້ນ ຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມຂຶ້ນຜ່ານບົດສໍາຫຼວດການນໍາພາລວມພ້ອມທັງກ່າວລາໜ້າທີ່, ປະທານໄດ້ຜ່ານມາດຖານເງື່ອນໄຂຜູ້ອອກສະໜັກເລືອກຕັ້ງເປັນຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມແຂວງໄຊຍະບູລີ. ປະທານນໍາພາຍົກບັດປະຊາມະຕິຮັບຮອງເອົາຄະນະບໍລິຫານງານສະມາຄົມນັກທຸກກິດໜຸ່ມແຂວງໄຊຍະບູລີ ຊຸດທີ IV ໄດ້ກໍານົດເອົາ 31 ທ່ານ ຍິງ 3 ທ່ານ, ເລືອກເອົາປະທານ, ຮອງປະທານສະມາຄົມນັກທຸລະກິດໜຸ່ມແຂວງໄຊຍະບູລີ ຈໍານວນ 6 ທ່ານ.ຄື: ທ່ານ ສີວິໄລ ຜົນທະຈັກ ເປັນປະທານສະມາຄົມນັກທຸລະກິດໜຸ່ມແຂວງໄຊຍະບູລີ, ທ່ານ ບຸນມີ ອຸທຸມພອນ ເປັນຮອງປະທານສະມາຄົມນັກທຸລະກິດໜຸ່ມແຂວງໄຊຍະບູລີ, ທ່ານ ສຸລິເດດ ວັງນະລາດ ເປັນຮອງປະທານ, ເລືອກເອົາຄະນະກວດກາຈໍານວນ 3 ທ່ານ ຄື: ທ່ານ ສົມພອນ ຈັນທະລີເດດ ເປັນປະທານກວດກາ, ທ່ານ ສຸດສະດາ ວິໄລພັນ ເປັນຮອງປະທານກວດກາ, ທ່ານ ແຫຼ້ ສີປະເສີດ ເປັນກໍາມະການກວດກາ. ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຄະນະບໍລິຫານງານຊາວໜຸ່ມແຂວງ ສະໄໝທີ VIII ຜູ້ແທນສົມບູນຈໍານວນ 7 ທ່ານ , ສໍາຮອງ 3 ທ່ານ. ພ້ອມນີ້ ຍັງໄດ້ມອບໃບຍ້ອງຍໍຜູ້ທີ່ມີຜົນງານການເຄື່ອນໄຫວໄລຍະຜ່ານມາຕື່ມອີກ.
The 4th General Meeting of the Young Businessmen Association of Xayaburi Province was held on May 29.
This year, 2025, was held at the conference room of the Xayaboury Provincial Government Office under the chairmanship of Mr. Douangsamone Bouamanychan, President of the Xayaboury Provincial Businessmen's Association, with the honor of Mr. Somchit Chanthavong, Deputy Governor of Xayaboury Province, Mr. Nouxay Nokiya, Provincial Party Committee Member, Lao Youth Central Executive Committee, Secretary of the Xayaboury Provincial Youth Executive Committee, with the mayors, deputy mayors of 11 districts, heads, deputy heads of departments, organizations, committees, presidents, vice presidents of the 11 district businessmen's associations, along with relevant officials and civil servants.
At the meeting, Mr. Douangsamone Bouamanychan, President of the Xayaboury Provincial Business Association, opened the meeting and summarized the activities of the past 5 years and the direction of the plan for the next 5 years. Over the past 5 years, the Provincial Young Business Association, under the leadership of the Lao People's Revolutionary Youth Executive Committee, has been responsible for implementing and implementing the Resolution of the Provincial Young Business Association's Third General Assembly with responsibility and initiative, achieving many achievements, both contributing to the establishment and development of the province's economy to grow and expand in accordance with the direction and goals set by the province. Over the past 5 years, in order to mobilize members to organize and implement the Resolution of the General Assembly to make it a reality. Focused on political ideology, organizational work, expanding branches and new members throughout the province, implementing the designated projects and programs, actively implementing the guidelines for international relations
The country is effectively run. The Young Businessmen Association has a total of 29 members, including 2 women.
Then, the Young Businessmen Association Executive Committee passed the general leadership survey and resigned, and the chairman passed the criteria for the election of the Executive Committee of the Xayaburi Provincial Young Businessmen Association. The chairman led the referendum to approve the Executive Committee of the Xayaburi Provincial Young Businessmen Association, the IV term, and determined 31 members, 3 of whom were women, and elected the Chairman and Vice Chairman of the Xayaburi Provincial Young Businessmen Association, 6 of whom were: Mr. Sivilay Sulatchak as the Chairman of the Xayaburi Provincial Young Businessmen Association, Mr. Bounmi Uthoumphone as the Vice Chairman of the Xayaburi Provincial Young Businessmen Association, Mr. Soulidet Vangnalat as the Vice Chairman, and elected the Inspection Committee, 3 of whom were: Mr. Somphone Chanthalydet as the Chairman of the Inspection, Mr. Sudsada Vilayphan as the Vice Chairman of the Inspection, and Mr. Loe Sipaseuth as the Inspection Committee. The meeting also elected delegates to the 8th Provincial Youth Executive Committee General Meeting, 7 full delegates and 3 alternates. In addition, certificates of appreciation were also presented to those who have achieved more in the past.



